ທ້າວ ຄູນທະວີ ທອງມະນີ ແລະ ທ້າວ ດູລະໄນ ແກ້ວມະນີວົງ 2 ນັກເຕະອະດີດລູກສິດ ອາຈານ ບຸນລັບ ເຄນກິດຕິສັກ ອະດີດນັກເຕະທີມຊາດລາວ ຈາກສະໂມສອນ ອາຄາເດມີ້ ວຽງຈັນ ເອັບທີ ທັງເປັນນັກເຕະຮຸ່ນອາຍຸ 15 ປີ ສະໂມສອນ ລາວ ໂຕໂຢຕ້າ ເອັບຊີ ຕິດ 1 ໃນ 11 ຄົນ ໃນໂຄງການຮ່ວມມື ຂອງສະໂມສອນລ໊ອບ ສະເຕດ້ຽມ ແລະ ສະໂມສອນ ນະຄອນຫຼວງ ຫຼື ວຽງຈັນ ເອັບເອ ໄດ້ອອກເດີນທາງໄປຄັດເລືອກຊີງທຶນການສຶກສາ ແລະ ຝຶກກິລາບານເຕະຂອງໂຄງການ U.S. COLLEGE SPORTS CAMP ASIA TRY OUT ເຊິ່ງເປັນໂຄງທີ່ຈະຄັດເອົານັກກີລາດີເດັ່ນທີ່ດີທີ່ສຸດ 1 ຄົນ ໄປຝຶກບານເຕະ ແລະ ສຶກສາຕໍ່ທີ່ ສະຫະລັດອາເມຣິກາ ທເຊິ່ງຈະຈັດຂຶ້ນທີ່ສະໜາມກີລາແຫ່ງຊາດປະເທດໄທ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 15-16 ກຸມພາ 2020.
ທ້າວ ຄູນທະວີ ທອງມະນີ ບອກວ່າ: ຫຼານໄດ້ເຕະມາຕັ້ງແຕ່ອາຍຸ 7 ປີ ປັດຈຸບັນ ກໍອາຍຸ 13 ປີແລ້ວ ຮູ້ສືກເປັນກຽດ ແລະ ພາກພູມໃຈຫຼາຍ ທີ່ໄດ້ຕາງໜ້າເຍົາວະຊົນລາວ ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະ ຂໍຂອບໃຈມາຍັງໂຮງຮຽນນິລະດາ ແລະ ຄອບຄົວ ໂດຍສະເພາະແມ່ນພໍ່ ເຊິ່ງຍາມໃດກໍໄດ້ທຸ້ມເທສົ່ງເສີມຕະຫຼອດມາ ຂໍໃຫ້ເຊື່ອໝັ້ນວ່າ ລູກຈະຕັ້ງໃຈ ແລະ ທຸ້ມເທຢ່າງສຸດຄວາມສາມາດ ສົມດັ່ງເຫື່ອແຮງພໍ່ທີ່ໄດ້ຊຸກຍູ້ລູກມີປະສົບການໄລຍະທີ່ຜ່ານມາ ກໍຄື ກຽມສະພາບຮ່າງກາຍ, ເທັກນິກທັກສະທີ່ຮຽນມາ ເພື່ອນຳໃຊ້ໃຫ້ເກີດເປັນໂຫຍດສູງສຸດ ກໍຄື ເຂົ້າຮ່ວມຍາດໂຄຕ້າໃນຄັ້ງນີໃຫ້ໄດ້.
ຂະນະທີ່ທ້າວ ດູລະໄນ ແກ້ວມະນິວົງ ກໍໄດ້ບອກວ່າ: ຫຼານຮູ້ສືກດີ ແລະ ພາກພູມໃຈຫຼາຍທີ່ຖືກເລືອກໃຫ້ໄປເຂົ້າຮ່ວມຄັດເລືອກຊີງທຶນການສຶກສາໃນຄັ້ງນີ້ ສະນັ້ນ ເພື່ອເຮັດໃຫ້ປະສົບຜົນສຳເລັດ ໃຫ້ໄດ້ຕິດ 1 ໃນ 3 ກໍຈະນຳໃຊ້ຄວາມສາມາດຂອງຕົນເອງທີ່ໄດ້ຮຽນຮູ້ມາແຕ່ນ້ອຍ ກໍຄື ທັກສະໃນການຈັບບານ ສົ່ງບານ ແລະ ສະແດງເທັກນິກ, ທັກສະຕ່າງໆ ເພື່ອສະແດງໃນກິດຈະກຳໃນຄັ້ງນີ້ ໃຫ້ເພີ່ນໄດ້ເຫັນ ແລະ ຮັບຮູ້ ວ່າເດັກນ້ອຍຄົນລາວ ກໍມີຄວາມສາມາດບໍ່ແພ້ເດັກນ້ອຍຄົນຈາກຊາດໃດໆ.
ສຳລັບຜົນງານຂອງນ້ອງໆ ທັງສອງ ທີ່ຜ່ານມາ ແມ່ນບໍ່ທຳມະດາ ໂດຍສະເພາະເປັນເດັກສ້າງຂອງອາຈານ ບຸນລັບ ເຄນກິດຕິສັກ ອະດີດນັກເຕະບານທີມຊາດລາວ ໂດຍໄດ້ຕາງໜ້າເຍົາວະຊົນລາວ ຄວ້າແຊ໋ມ ລາຍການທີ່ສ ເກົາຫຼີ ເມື່ອປີ 2016 ແລະ ພາທີມ ນະຄອນຫຼວງ ຮຸ່ນອາຍຸ 12 ປີ ຄວ້າອັນດັບທີ 2 ລາຍການ ນາໆຊາດ ຮຸ່ນອາຍຸ 12 ປີ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ເມື່ອປີ 2019 ແລະ ຫຼ້າສຸດ ທ້າວ ຄູນທະວີ ທອງມະນີ ກໍພາທີມດີເຄ ຄວ້າແຊ໋ມ ເຕະບານ ຢູ-14 ປີ ທີ່ສປ ຈີນ ເມື່ອກາງປີ 2019 ກ່ອນທີ່ທັງສອງ ຈະພາທີມລາວ ໂຕໂຢຕ້າ ຄວ້າອັນດັບທີ 4 ລາຍການ ເຕະບານ ຢູ-15 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດ ເມື່ອທ້າ່ຍປີ 2019
ສ່ວນການໄປຄັ້ງນີ້ແມ່ນ ໄດ້ມີການຄັດເລືອກເອົານັກກິລາຮຸ່ນອາຍຸບໍ່ເກີນ 12 - 18 ປີ ຈາກສະໂມສອນ ລ໋ອບ ສະເຕດ້ຽມ ສົມທົບກັບ ວຽງຈັນ ເອັຟເອ ລວມທັງໝົດມີ 11 ຄົນ ເພື່ອໄປຮ່ວມຄັດເລືອກໃນໂຄງການດັ່ງກ່າວ ຈະຈັດຂຶ້ນ ລະຫວ່າງວັນທີ 15-16 ກຸມພາ 2020 ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ໂດຍຈະມີນັກກີລາຈາກສະໂມສອນໃນປະເທດໄທ ທີ່ຄວ້າມາຮ່ວມຄັດເລືອກຫຼາຍກວ່າ 100 ຄົນ ເຊິ່ງການຄັດເລືອກແມ່ນຈະໄດ້ຮັບການຝຶກສອນຈາກຄູຝຶກທີ່ມີປະສົບການ ແລະ ຈະມີການຈັດທີມແບ່ງກັນແຂ່ງຂັນ ເພື່ອຄັດເອົານັກເຕະທີ່ດີທີ່ສຸດ 1 ຄົນໃນແຕ່ລະຮຸ່ນ ເພື່ອຄວ້າທຶນການສຶກສາ ແລະ ຝຶກບານເຕະ 100% ໄປທັດສະນະສຶກສາຕໍ່ທີ່ສະຫະລັດອາເມຣິກາ.
ໂດຍ: ປາກກາດຳ

