ສະໂມສອນ ມາສເຕີ ເຊເວັນ ເອັບຊີ ຈາກ ສປປ ລາວ ຖືກເຈົ້າຖິ່ນຢ່າງ ສະໂມສອນ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ ຖະຫຼົ່ມໄປແບບຂາດຮອຍ ເຖິງ 1-4 ປະຕູ ສົ່ງຜົນໃຫ້ ທີມມາສເຕີ ເຊເວັນ ເອັບຊີ ຕ້ອງອອກແຮງເມື່ອຍໜັກຂຶ້ນກວ່າເກົ່າໃນນັດທີ 2 ຢ່າງໜ້ອຍຕ້ອງຍິງປະຕູຄູ່ແຂ່ງຂັນເຖິງ 3 ປະຕູ ແລະ ບໍ່ໃຫ້ເສຍເກີນ 1 ປະຕູ ຈຶ່ງມີໂອກາດເຂົ້າຮອບຕໍ່ໄປ ໃນການແຂ່ງຂັນບານເຕະ ເອເອັບຊີ ຄັບ 2020 ຮອບເຟອອ໋ບ ນັດທໍາອິດ.
ການແຂ່ງຂັນນັດທຳອິດ ຮອບເຟອອ໋ບ ລາຍການ ເອເອັບຊີ ຄັບ 2020 ລະຫວ່າງ ສະໂມສອນ ມາສເຕີ ເຊເວັນ ເອັບຊີ ຈາກ ສປປ ລາວ ທີ່ໄດ້ສິດໄປແຂ່ງຂັນໃນຮອບເຟອອ໋ບ 2 ນັດ ທັງໃນບ້ານ ແລະ ນອກບ້ານ ຈາກຜົນງານຄວ້າອັນດັບ 2 ໃນລາຍການແຂ່ງັຂນເຕະບານ ເປບຊີ ລາວພຣີເມຍລີກ 2019 ເຊິ່ງເປັນລີກສູງສຸດ ຈາກລາວ ພົບກັບເຈົ້າຖິ່ນ ສະໂມສອນ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ ໃນຄັ້ງນີ້ ແມ່ນຈັດຂຶ້ນ ເມື່ອວັນທີ 22 ມັງກອນ ຜ່ານມາ 2020 ທີ່ສະໜາມບານເຕະ ໂອແລມປິກ ສະເຕດ້ຽມ ທີ່ນະຄອນຫຼວງພະນົມເປນ ໂດຍມີກອງເຊຍເຈົ້າຖິ່ນເຂົ້າຮ່ວມສົ່ງກຳລັງໃຈເຊຍເຈົ້າຖິ່ນກົດດັນທີມຈາກລາວ ຫຼາຍຮ້ອຍຄົນ.
ການແຂ່ງຂັນໃນນັດດັ່ງກ່າວ ເປັນນັດສຳຄັນ ທີມໃດມີໄຊ ກໍມີໂອກາດລຸ້ນ ຜ່ານເຂົ້າຮອບແບ່ງກຸ່ມເຊິ່ງຂະຖືກຈັດຢູ່ຮ່ວມກຸ່ມ G ຮ່ວມກັບ ສະໂມສອນ Ceres Negros FC ຈາກປະເທດຟີລິບປິນ, ສະໂມສອນ Than Quang Ninh ຈາກປະເທດຫວຽດນາມ ແລະ ສະໂມສອນ Bali United FC ຫຼື ທີມອັນດັບ 3 ຈາກລີກປະເທດອິນໂດເນເຊຍ ຜ່ານການແຂ່ງຂັນຜົນປະກົດວ່າ: ເຈົ້າບ້ານສາມາດຄວບຄຸມຄວາມໄດ້ປຽບຕັ້ງແຕ່ຕົ້ນເກມ ກ່ອນມາໄດ້ປະຕູຂຶ້ນນໍາກ່ອນ 1-0 ໃນນາທີໆ 15 ຈາກການຍິງຂອງ Hoy Phallin ແຕ່ບໍ່ພໍເທົ່າໃດນາທີ່ ທີມມາສເຕີ ຈາກລາວ ກໍມາໄດ້ປະຕູຕີສະເໝີຢ່າງທັນຄວັນ 1-1 ຈາກການຍິງຂອງ Souleymane Coulibaly ໃນນາທີໆ 26 ຈາກນັ້ນ ເວລາທີ່ເຫຼືອ ກໍເປັນເຈົ້າບ້ານ ທີ່ສາມາດຄຸມເກມໄດ້ໝົດ ແລະ ມາໄດ້ເພີມອີກ 1 ປະຕູ ຈາກ JEAN MARIE MBARGA ນາທີໆ 40 ປິດທ້າຍໃນເຄິ່ງເວລາທຳອິດ ໃຫ້ເຈົ້າບ້ານອອກນຳໄປກ່ອນ 2-1 ປະຕູ. ແນວໃດກໍຕາມ, ຕະຫຼອດໄລຍະໃນເຄິ່ງເວລາທີ 2 ກໍຍັງເປັນເຈົ້າບ້ານ ທີ່ສາມາດຄວບຄຸມສະຖານະການໄດ້ດີກວ່າ ມາສເຕີ ກ່ອນທີ່ ເຈົ້າບ້ານຈະມາຍິ່ງ 2 ປະຕູລວດຈາກ JEAN MARIE MBARGA ນາທີ 62 ແລະ ຈາກ Hoy Phallin ນາທີໆ 69 ຊ່ວຍໃຫ້ສະໂມສອນ PREAH KHAN REACH SVAY RIENG FC ເປີດບ້ານເອົາຊະນະໄປກ່ອນ 4-1 ປະຕູ.
ຈາກຜົນດັ່ງກ່າວ ເຮັດໃຫ້ ມາສເຕີ ເຊເວັນ ເອັບຊີ ຕ້ອງພົບກັບງານໜັກ ເພາະນັດທີ 2 ຈະກັບມາແຂ່ງຂັນທີ່ ນະຄອນຫຼວງວຽງຈັນ ສປປ ລາວ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໃນວັນທີ 29 ມັງກອນ 2020 ຢ່າງໜ້ອຍ ມາສເຕີ ເຊວັນ ຕ້ອງເອົາຊະນະໃຫ້ໄດ້ 3 ປະຕູຂຶ້ນໄປ ແລະ ຫ້າມເສຍປະຕູເກີນ 1 ປະຕູ ເພື່ອລຸ້ນເຂົ້າຮອບຕໍ່ໄປ.
ສໍາລັບ ການແຂ່ງຂັນບານເຕະ ເອເອັບຊີ ຄັບ 2020 ສະໂມສອນຈາກ ສປປ ລາວ ໄດ້ສິດເຂົ້າຮ່ວມ 2 ທີມປະກອບດ້ວຍ ສະໂມສອນ ລາວ ໂຕໂຢຕ້າ ເອັບຊີ ທີມແຊ໋ມ ເປບຊີ ລາວ ພຣີເມຍລີກ 2020 ທີ່ໄດ້ສິດໄປຢືນໃນຮອບແບ່ງກຸ່ມໂດຍອັດຕະໂນມັດ ຖືກຈັດຢູ່ກຸ່ມ F ຮ່ວມກັບ Hochiminh City FC ຈາກ ປະເທດຫວຽດນາມ, Hougang United FC ຈາກ ປະເທດສິງກະໂປ ແລະ ທີມຊະນະໃນຮອບເຟອອ໋ບ ລະຫວ່າງ INDERA SC ຈາກ ບຣູໄນ ພົບ YANGON UNITED FC ຈາກປະເທດມຽນມາ, ສ່ວນອີກທີມເປັນ ມາສເຕີ ເຊເວັນ ເອັບຊີ ທີ່ລຸ້ນໃນຮອບເຟອອ໋ບ.
ໂດຍ ປາກກາດຳ
ພາບຈາກ ເພສ Master 7 FC



