ສະໂມສອນ ມາດເຕີ ເຊເວັນ ເອັບຊີ ລົງສະໜາມນັດສຸດທ້າຍ ກໍ່ຍັງເສຍໃຫ້ສະໂມສອນ ນະຄອນຣາດຊະສີມາ ເອັບຊີ ທີມໃນໄທລີກ 1 ຂອງປະເທດໄທ ໄປ 3-1 ປະຕູ ເຮັດໃຫ້ການອຸ່ນເຄື່ອງໃນຄັ້ງນີ້ ມາດເຕີ ເຊເວັນ ເອັບຊີ ແມ່ນເສຍ 3 ນັດລວດ ທີ່ປະເທດໄທ ໃນການແຂ່ງຂັນເຕະບານອຸ່ນເຄື່ອງ ກ່ອນລຸຍການແຂ່ງຂັນເຕະບານ ເອເອັບຊີ ຄັບ 2020 ຮອບເພອອບ 2 ນັດ ກັບ ສະໂມສອນ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ ໃນທ້າຍເດືອນມັງກອນນີ້.
ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ສະໜາມກິລານະຄອນຣາດຊະສີມາ ປະເທດໄທ ສະໂມສອນ ມາດເຕີ ເຊເວັນ ເອັບຊີ ຮອງແຊ໋ມການແຂ່ງຂັນເຕະບານ ເປບຊີ ລາວ ພຣີເມຍລີກ 2019 ທີ່ກຽມທີມລຸຍການແຂ່ງຂັນເຕະບານ ເອເອັບຊີ ຄັບ 2020 ຮອບເພອອບ ໃນທ້າຍເດືອນນີ້ ລົງສະໜາມນັດສຸດທ້າຍ ໃນການແຂ່ງຂັນເຕະບານອຸ່ນເຄື່ອງ ພົບກັບ ສະໂມສອນ ນະຄອນຣາດຊະສີມາ ເອັບຊີ ທີມໃນໄທລີກ 1. ຜ່ານການແຂ່ງຂັນ ຜົນປາກົດວ່າ ມາດເຕີ ເຊເວັນ ເອັບຊີ ເສຍໄປ 3-1 ປະຕູ ເຮັດໃຫ້ການອຸ່ນເຄື່ອງໃນຄັ້ງນີ້ 3 ນັດ ຂອງສະໂມສອນ ມາດເຕີ ເຊເວັນ ເອັບຊີ ແມ່ນເສຍ 3 ນັດລວດ ທີ່ປະເທດໄທ ປະກອບມີ ໃນວັນທີ 8 ມັງກອນ 2020 ເສຍໃຫ້ ສະໂມສອນ ໜອງບົວ ພິດຊະຍາ ທີມໃນໄທລີກ 2 ຂອງປະເທດໄທ ໄປ 3-0 ປະຕູ ແລະ ໃນວັນທີ 10 ມັງກອນ 2020 ເສຍໃຫ້ ສະໂມສອນ ຂອນແກ່ນ ເອັບຊີ ທີມໃນໄທລີກ 2 ໄປ 1-0 ປະຕູ.
ສຳລັບ ຕາຕະລາງແຂ່ງຂັນຂອງສະໂມສອນ ມາດເຕ ເຊເວັນ ເອັບຊີ ໃນການແຂ່ງຂັນເຕະບານ ເອເອັບຊີ ຄັບ 2020 ຮອບເພອອບ 2 ນັດ ກັບ ສະໂມສອນ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ ແມ່ນນັດທຳອິດຈະແຂ່ງຂັນໃນວັນທີ 22 ມັງກອນ 2020 ຢູ່ທີ່ປະເທດກຳປູເຈ້ຍ. ສ່ວນນັດທີ ສອງ ຈະແຂ່ງຂັນໃນວັນທີ 29 ມັງກອນ 2020 ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ຖ້າຫາກວ່າທີມໃດສາມາດຜ່ານເຂົ້າຮອບໄດ້ ຈະຢູ່ຮ່ວມກຸ່ມ G ປະກອບມີ ສະໂມສອນ Ceres Negros FC ຈາກປະເທດຟີລິບປິນ, ສະໂມສອນ Than Quang Ninh ຈາກປະເທດ ສສ ຫວຽດນາມ ແລະ ສະໂມສອນ Bali United FC ຫລື ທີມອັນດັບ 3 ລີກ ປະເທດອິນໂດເນເຊຍ. ຂະນະທີ່ ອີກທີມຢ່າງແຊ໋ມ ລາວ ພຣີເມຍລີກ 2019 ສະໂມສອນ ລາວ ໂຕໂຢຕ້າ ເອັບຊີ ແມ່ນ ຢູ່ຮ່ວມກຸ່ມ F ປະກອບມີ ສະໂມສອນ Hochiminh City FC ຈາກ ປະເທດ ສສ ຫວຽດນາມ, ສະໂມສອນ Hougang United FC ຈາກ ປະເທດສິງກະໂປ ແລະ ທີມຊະນະໃນຮອບເພລອອຟລະຫວ່າງສະໂມສອນ INDERA SC ຈາກປະເທດບຣູໄນ ພົບກັບ ສະໂມສອນ YANGON UNITED FC ຈາກປະເທດມຽນມາ.
ໂດຍ: ວັນສົດໃສ
ພາບຈາກ: ເພສ Master 7 FC


