ທັບນັກກິລາລາວ ຍາດໄດ້ແລ້ວ 6 ຫຼຽນທອງ ງານກິລາ ຊີເກມ ທີ່ຟິລິບປິນ, ຜົນງານຫຼ້າສຸດຂອງທັບນັກກິລາລາວ ໃນການເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາຊີເກມ ຄັ້ງທີ XXX ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 30 ພະຈິກ ຫາ 11 ທັນວາ 2019 ຫຼັງຈາກສົ່ງ 24 ປະເພດກິລາ ເຂົ້າຮ່ວມງານດັ່ງກ່າວ ໃນເບື້ອງຕົ້ນ ສາມາດຍາດມາໄດ້ 4 ຫຼຽນທອງ ຈາກປະເພດກິລາກະຕໍ້ລອດບ້ວງ ຍິງ-ຊາຍ ແລະ ກິລາປັນຈັກສີລັດປະເພດຟ້ອນຄູ່ຊາຍ ແລະ ກິລາວູຊູປະເພດຕໍ່ສູ້ປ້ອງກັນຕົວ ອີກ 3 ຫຼຽນ.
ພາຍຫຼັງທີ່ມີພິທີເປີດການແຂ່ງຂັນງານມະຫາກຳກິລາຊີເກມ ຄັ້ງທີ XXX ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ເປີດສາກຂຶ້ນຢ່າງເປັນທາງການ ເມື່ອວັນທີ 30 ພະຈິກ ຜ່ານມາ ເຊິ່ງຫຼາຍປະເພດກິລາຂອງທັບນັກກິລາລາວ ກໍໄດ້ທະຍອຍລົງແຂ່ງຂັນໄປພ້ອມໆກັນ ໃນຮອບຄັດເລືອກ ແລະ ຮອບນ໋ອກເອົ້າ ໂດຍສະເພາະຜົນງານຫຼ້າສຸດ ໃນປັດຈຸບັນກໍສາມາດຍາດໄດ້ 3 ຫຼຽນທອງ ເປັນທີ່ຮຽບຮ້ອຍແລ້ວ ຈາກປະເພດກິລາກະຕໍ້ລອດບ້ວງ ຍິງ-ຊາຍ, ກິລາປັນຈັກສີລັດປະເພດຟ້ອນຄູ່ຊາຍ ແລະ ກິລາວູຊູປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນ້ຳໜັກ 60 ກິໂລກຣາມ.
ສຳລັບຜົນງານ 6 ຫຼຽນທອງຈາກສອງປະເພດກິລາດັ່ງກ່າວ ເປັນຕົ້ນກິລາກະຕໍ້ລອດບ້ວງຍິງ-ຊາຍ ແຂ່ງຂັນທີ່ເມືອງຊູບິກ ປະເທດຟິລິບປິນ ໃນຊີເກມ ມີນັກກິລາ 4 ປະເທດເຂົ້າຮ່ວມ ຜົນງານສ້າງຄະແນນໄດ້ 480 ຄະແນນ ໄດ້ອັນດັບທີ 4 ຄອງຫຼຽນທອງຮ່ວມກັບ ມຽນມາ ທີ່ເຮັດໄດ້ 630 ຄະແນນ ສ່ວນຫຼຍນເງິນແມ່ນ ທີມອິນໂດເນເຊຍ ເຮັດໄດ້ 660 ຄະແນນ ແລະ ຫຼຽນຄຳ ຕົກເປັນຂອງເຈົ້າພາບ


