ທຸງຊາດລາວ ເຊິ່ງເປັນສັນຍາລັກຂອງທັບນັກກິລາລາວ ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ XXX ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 30 ພະຈິກ ຫາ 11 ທັນວາ 2019 ໄດ້ຖືກຊັກຂຶ້ນສູ່ຍອດເສົາ ພ້ອມກັບທຸງ 10 ຊາດ ອາຊຽນ ໃນງານດັ່ງກ່າວ ຢ່າງເປັນທາງການ.
ພິທີເຊີນທຸງຊາດ 11 ປະເທດ ໃນຂົງເຂດອາຊຽນ ໄດ້ຈັດຂຶ້ນ ໃນວັນທີ 29 ພະຈິກ ຜ່ານມາ ທີ່ບ້ານພັກຂອງນັກກິລາ ນະຄອນຫຼວງ ມານິລາ ປະເທດຟິລິບປິນ ໂດຍມີທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະນຳພາທັບນັກກິລາເຂົ້າຮ່ວມລ່າຫຼຽນຄຳ ຊີເກມ ຄັ້ງທີ XXX ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ແສງພອນ ພົນອາມາດ ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາຊີເກມ ໃນຄັ້ງນີ້ ສປປ ລາວ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 25 ປະເພດກິລາ ໂດຍສ່ວນໃຫຍ່ ກໍໄດ້ເດີນທາງມາເຖິງໝູ່ບ້ານນັກກິລາ ໃນນະຄອນຫຼວງມານິລາ ເປັນທີ່ຮຽບຮ້ອຍແລ້ວ ສ່ວນຈຳນວນໜຶ່ງ ກໍຈະເດີນທາງມາເຖິງຕາມຫຼັງ ໃນງານດັ່ງກ່າວ ພວກເຮົາກໍມີຄວາມຫວັງຈາກຫຼາຍປະເພດກິລາ ໂດຍສະເພາະກິລາເປຕັງ ເຊິ່ງໄດ້ມາເຖິງກ່ອນໝູ່ ກໍມີມູນເຊື້ອອັນດີງາມມາແລ້ວຫຼາຍຄັ້ງ ເຊື່ອວ່າປີນີ້ ກໍຈະສາມາດສ້າງຜົນງານໄດ້ດີ ຄືກັບກິລາອື່ນໆ. ແນວໃດກໍດີ, ກໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວລາວທຸກທົ່ວໜ້າໃນຂອບເຂດທົ່ວປະເທດ ຂໍໃຫ້ສົ່ງແຮງໃຈມາເຊຍທັບນັກກິລາລາວ ເຂົ້າຮ່ວມສ້າງຜົນງານ ໃນຊີເກມ ປີນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ ເພື່ອເປັນກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ.
ງານມະຫາກຳກິລາຊີເກມ ປີນີ້ ທາງເຈົ້າພາບ ຟິລິບປິນ ໄດ້ໃຊ້ໂລໂກ ທີ່ເປັນຮູບວົງມົນ 11 ວົງ ເຊິ່ງເປັນສັນຍາລັກຂອງ 11 ຊາດ ແລະ ມີຮູບຮ່າງທີ່ຄ້າຍຄືກັບແຜ່ນທີ່ຂອງປະເທດຟິລິບປິນ ໂດຍຈະດຳເນີນແຂ່ງຂັນ 2 ອາທິດ ແລະ ມີການຊີງໄຊກັນທັງໝົດ 56 ປະເພດກິລາ ແຂ່ງຂັນ 23 ເມືອງ ໂດຍ ມີຄະນະນຳ, ຄູຝຶກ, ເຈົ້າໜ້າທີ່ຕ່າງໆ ແລະ ນັກກິລາ ເຂົ້າຮ່ວມ 1 ໝື່ນກວ່າຄົນ.
ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງຜູ້ໃຫ້ການສະໜັບສະໜູນການລາຍງານຂ່າວ ເກາະຕິດຊີເກມ ຄັງທີ 30 ເຊັ່ນ: ບໍລິສັດເບຍລາວ ຈຳກັດ, ນໍ້າດື່ມເກືອແຮ່ ເຊເວັນອັບຣີໄວ, ປີ້ງໄກ່ ນາປົງ ແລະ ຮ້ານບັນເທີງ ບີບີພັບ.
ໂດຍ ປາກກາດຳ


