ສະຫະພັນກິລາເພາະກາຍແຫ່ງຊາດລາວ ສົ່ງທັບນັກກິລາເພາະກາຍທີມຊາດລາວ ທ້າວ ສັນຕິສຸກ ດວງແກ້ວມະນີ ພ້ອມກັບ ຄະນະນຳພາ 1 ຄົນ, ກຳມະການຕັດສິນ 2 ຄົນ ຮ່ວມແຂ່ງຂັນເພາະກາຍ ລາຍການຊີງແຊ້ມໂລກ ທີ່ຈະຈັດຂຶ້ນ ລະຫວ່າງວັນທີ 5-11 ພະຈິກ 2019 ທີ່ເມືອງເຊຈູ ສ ເກົາຫຼີ .
ເມື່ອວັນທີ 4 ພະຈິກ ຜ່ານມາ ທີ່ສະໜາມບິນສາກົນ ວັດໄຕ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ຄຳພະໄພວັນ ວົງໄຊ ຮັກສາການສະຫະພັນເພາະກາຍແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ບັນດາພໍ່ແມ່ປະຊາຊົນຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ຕະຫຼອດຮອດຊາວຕ່າງຊາດ ໄດ້ຮ່ວມໃຈກັນອວຍພອນໄຊອັນປະເສີດເພື່ອສົ່ງ ທ່ານ ອາພິຊາດ ພັນທະລີ ຄະນະນຳພາ, ທ່ານ ກົງປະເສີດ ແພງແສນ ເຂົ້າຮ່ວມຕັດສິນສະຫະພັນເພາະກາຍໂລກ, ທ່ານ ນາງ ພອຍໄພລິນ ພັນທະລີ ຮ່ວມສອບເສັງບັນຈຸກຳມະການຕັດສິນເພາະກາຍສະຫະພັນໂລກ ແລະ ທ້າວ ສັນຕິສຸກ ດວງແກ້ວມະນີ ອອກເດີນທາງເຂົ້າຮ່ວມແຂ່ງຂັນລາຍການຊີງແຊ້ມໂລກ ທີ່ເມືອງເຊຈູ ສ ເກົາຫຼີ ດ້ວຍຄວາມສະຫວັດດີພາບ.
ທ່ານ ຄຳພະໄພວັນ ວົງໄຊ ໃຫ້ສຳພາດວ່າ: ການເຂົ້າຮ່ວມແຂ່ງຂັນລາຍການຊີງແຊ້ມໂລກ ໃນຄັ້ງນີ້ ບໍ່ໄດ້ຕັ້ງເປົ້າໝາຍໄວ້ສູງ ຂໍພຽງແຕ່ສ້າງປະສົບການໃຫ້ນັກກິລາລາວ ແລະ ກຳມະການຕັດສິນ ເພື່ອຈະນຳເອົາບົດຮຽນມາຖອດຖອນບົດຮຽນໃຫ້ເຊິ່ງກັນ ແລະ ກັນ ແນໃສ່ເສີມຂະຫຍາຍມູນເຊື້ອສ້າງບຸກຄະລາກອນກິລາເພາະກາຍລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງ ເພື່ອກຽມຄວາມພ້ອມໃຫ້ທັບນັກກິລາເພາະກາຍລາວ ເຂົ້າຮ່ວມຄັດເລືອກທີມຊາດ ກຽມສົ່ງເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາຊີເກມ ຄັ້ງທີ XXXl ທີ່ ສສ ຫວຽດນາມ ເປັນເຈົ້າພາບ ໃນປີ 2021 ສະນັ້ນ ໃນປີ 2020 ຈະເລີ່ມສືບຕໍ່ນຳພາຂະບວນການກິລາເພາະກາຍລາວ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ ເປັນຕົ້ນແມ່ນຈະຮ່ວມສາທິດເພາະກາຍ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ Xl ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ແລະ ຈະຈັດແຂ່ງຂັນງານແຂ່ງຂັນເພາະກາຍ ຊີງແຊ້ມອາຊຽນ ທີ່ສປ ລາວ ເປັນເຈົ້າພາບ ໃນເດືອນກໍລະກົດ 2020. ເຖິງຢ່າງໃດກໍດີ, ພາຍຫຼັງທີ່ໄດ້ເລີ່ມເຄື່ອນໄຫວຂະບວນການກິລາເພາະກາຍມາແຕ່ ປີ 2015 ນັບມາຮອດປັດຈຸບັນກໍເຫັນວ່າ ວົງການກິລາເພາະກາຍລາວ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນກວ່າເກົ່າຫຼາຍ ມີ 65 ສະໂມສອນ ໃນຂອບເຂດທົ່ວປະເທດ ແລະ ມີນັກກິລາທີ່ນອນໃນເປົ້າໝາຍຄັດເລືອກທີມຊາດເຖິງ 25 ຄົນ.
ສຳລັບຄະນະຄູຝຶກ ແລະ ນັກກິລາເພາະກາຍທີມຊາດລາວ ຮ່ວມແຂ່ງຂັນເພາະກາຍຊິງແຊ້ມໂລກທີ່ ສ ເກົາຫຼີ ປະກອບມີ ທ່ານ ອາພິຊາດ ພັນທະລີ ເປັນຄະນະນຳພາ, ທ່ານ ນາງ ພອຍໄພລິນ ພັນທະລີ ຮ່ວມສອບເສັງບັນຈຸກຳມະການຕັດສິນເພາະກາຍສະຫະພັນໂລກ, ທ່ານ ກົງປະເສີດ ແພງແສນ ເຂົ້າຮ່ວມຕັດສິນສະຫະພັນເພາະກາຍໂລກ ແລະ ທ້າວ ສັນຕິສຸກ ດວງແກ້ວມະນີ ຈະລົງແຂ່ງຂັນລຸ້ນ men model physiqe up to 175 ຊັງຕິແມັດ ໂດຍການເຂົ້າຮ່ວມຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ວຽງຈັນ ຟິສເນັດ ຈໍາກັດ ຜູ້ນໍາດ້ານການຂາຍອຸປະກອນອອກກໍາລັງກາຍຢູ່ ສປປລາວ
ໂດຍ ປາກກາດຳ
