ສະໂມສອນ ລ໋ອບ ສະເຕດ້ຽມ ລົງສະໜາມ 3 ນັດ ຊະນະລວດ 3 ນັດຊ້ອນ ມີ 9 ຄະແນນເຕັມ ຄວ້າແຊ໋ມການແຂ່ງຂັນກິລາເຕະບານ 4 ພາກສ່ວນ 2 ຊາດລາວ-ໄທ ຊີງຂັນທ່ານປະທານຝ່າຍພັດທະນາກິລາເຕະບານອານຸຊົນ ແລະ ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2019 ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ສືບຕໍ່ສົ່ງເສີມຄວາມຮັດແໜ້ນສາມັກຄີຮັກແພງມິດຕະພາບ 2 ຊາດດັ່ງກ່າວ ກໍຄື ນະຄອນຫຼວງວຽງຈັນ ແລະ ສະໂມສອນ ວໍລະວີ ຈາກນະຄອນຫຼວງບາງກອກ ປະເທດໄທ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.
ການແຂ່ງຂັນ 2 ຊາດລາວ-ໄທ ຊີງຂັນທ່ານປະທານຝ່າຍພັດທະນາກິລາເຕະບານອານຸຊົນ ແລະ ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2019 ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ສືບຕໍ່ສົ່ງເສີມຄວາມຮັດແໜ້ນສາມັກຄີຮັກແພງມິດຕະພາບ 2 ຊາດດັ່ງກ່າວ ກໍຄື ນະຄອນຫຼວງວຽງຈັນ ແລະ ສະໂມສອນ ວໍລະວີ ຈາກນະຄອນຫຼວງບາງກອກ ປະເທດໄທ ຄັ້ງນີ້ ດຳເນີນເປັນເວລາ 2 ວັນ ລະຫວ່າງວັນທີ 2-3 ພະຈິກ ຜ່ານມາ ທີ່ສະໜາມກິລາເຕະບານເຈົ້າອານຸວົງ ເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ສົມປອງ ທອງມະນີ ປະທານຝ່າຍພັດທະນາກິລາເຕະບານອານຸຊົນ ແລະ ເຍົາວະຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ຄະນະຕາງໜ້າຈາກສະໂມສອນ ວໍລະວີ ປະເທດໄທ, ຄະນະຄູຝຶກແຕ່ລະສະໂມສອນ, ນັກກິລາ ແລະ ພໍ່ແມ່ນັກກິລາເຂົ້າຮ່ວມຊົມ ແລະ ເຊຍຫຼາຍຮ້ອຍຄົນ.
ລາຍການດັ່ງກ່າວ, ຈັດຂຶ້ນລະຫວ່າງວັນທີ 2-3 ພະຈິກ 2019 ໂດຍມີການຊີງໄຊກັນທັງໝົດ 2 ຮຸ່ນ ກໍຄື ຮຸ່ນອາຍຸ 13 ປີ ແລະ ຮຸ່ນອາຍຸ 15 ປີ ແຕ່ລະຮຸ່ນມີ 4 ທີມເຂົ້າຮ່ວມ ແຂ່ງຂັນແບບພົບກັນໝົດຄັດເອົາທີມທີ່ມີຄະແນນດີທີ່ສຸດໄດ້ແຊ໋ມລາຍການນີ້ ໄປຄອງ ຜ່ານການແຂ່ງຂັນ ຜົນປະກົດວ່າ:
ຮຸ່ນອາຍຸ 15 ປີ ແຊ໋ມຕົກເປັນຂອງ ທີມລ໋ອບ ສະເຕດ້ຽມ ລົງສະໜາມ 3 ນັດ ສາມາດເອົາຊະນະ 3 ນັດຊ້ອນມີ 9 ຄະແນນເຕັມ, ທີ 2 ສະໂມສອນ ທະເວັນຕີຊີກ ລົງສະໜາມ 3 ນັດ ຊະນະ 2 ນັດ ແລະ ເສຍ 1 ນັດ ມີ 6 ຄະແນນ, ທີ 3 ທີມນະຄອນຫຼວງວຽງຈັນ ລົງສະໜາມ 3 ນັດ ຊະນະ 1 ນັດ ແລະ ເສຍ 2 ນັດ ມີ 3 ຄະແນນ ແລະ ທີ 4 ທີມວໍລະວີ ໄທ ລົງສະໜາມ 3 ນັດ ບໍ່ສາມາດເອົາຊະນະ ແລະ ສະເໝີໄດ້ 0 ຄະແນນ
ສ່ວນຮຸ່ນອາຍຸ 13 ປີ ທີ 1 ທີມວໍລະວີ ໄທ ລົງສະໜາມ 3 ນັດ ຊະນະລວດ 3 ນັດຊ້ອນ ມີ 9 ຄະແນນ, ທີ 2 ທີມວຽງຈັນ ເອັບທີ ລົງສະໜາມ 3 ນັດ ຊະນະ 1, ສະເໝີ 1 ແລະ ເສຍ 1 ນັດມີ 4 ຄະແນນ, ທີ 3 ທີມລ໋ອບ ສະເຕດ້ຽມ ລົງສະໜາມ 3 ນັດ ຊະນະ 1 ນັດ ແລະ ເສຍ 2 ນັດ ມີ 3 ຄະແນນ ແລະ ທີ 4 ທີມນະຄອນຫຼວງ ລົງສະໜາມ 3 ນັດ ເສຍ 2 ນັດ ແລະ ສະເໝີ 1 ນັດມີ 1 ຄະແນນ.
ພາບແລະຂ່າວໂດຍ: ປາກກາດຳ
