ນາງ ລົດແກ້ວ ອິນທະກຸມມານ ລາຊີນີແລ່ນແຫ່ງວົງການແລ່ນທົນຂອງລາວ, ນັກກິລາແລ່ນ-ລານທີມຊາດລາວ ທັງເປັນເຈົ້າຂອງຫຼຽນທອງ ແລ່ນ 5.000 ກິໂລແມັດ ງານກິລາຊີເກມ ທີ່ປະເທດມາເລເຊຍ ເມື່ອປີ 2017 ສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ຫຼັງກວາດແຊ້ມ 2 ລາຍການ ຊີງແຊ້ມ ລະດັບນາໆຊາດ ແລະ ກຸ່ມຮຸ່ນອາຍຸ 16-29 ປີ ໄລຍະທາງ 16 ກິໂລແມັດ ລາຍການແລ່ນ SuperSports 10 miles 2019 International RunSeries Thailand ໂດຍມີນັກກິລາຈາກທົ່ວໂລກເຂົ້າຮ່ວມ 2 ພັນກວ່າຄົນ.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 27 ຕຸລາ ຜ່ານມາ ທີ່ແຂວງຊຽງໃໝ່ ປະເທດໄທ ໂດຍມີນັກກິລາຈາກທົ່ວໂລກເຂົ້າຮ່ວມ 3.000 ກວ່າຄົນ, ໃນນັ້ນ ມີນາງ ລົດແກ້ວ ອິນທະກຸມມານ ໜຶ່ງດຽວນັກກິລາແລ່ນ ຈາກ ສປປ ລາວ ເຂົ້າຮ່ວມແຂ່ງຂັນ ຜ່ານການແຂ່ງຂັນຜົນປະກົດວ່ານາງ ລົດແກ້ວ ສ້າງຜົນງານໃຫ້ແຟນພັນແທ້ກິລາແລ່ນ-ລານ ບໍ່ຜິດຫວັງ ສາມາດແລ່ນເຂົ້າເສັ້ນໄຊ ເປັນຄົນທຳອິດ ໃນລາຍການນາໆຊາດ ຄວ້າແຊ້ມລາຍການ SuperSports 10 miles 2019 International RunSeries Thailand ໄປຄອງ ແລະ ເປັນແຊ້ມສະໄໝທີ 2 ຕິດຕໍ່ກັນ ຢ່າງໜ້າພາກພູມໃຈ. ນອກຈາກນັ້ນ, ສາວລົດແກ້ວ ຍັງສາມາດຍາດໄດ້ອັນດັບທີ 1 ປະເພດກຸ່ມອາຍຸ 16-29 ປີ ໄລຍະທາງ 16 ກິໂລແມັດ ດ້ວຍເວລາ 62 ນາທີ ອີກດ້ວຍ. ຂະນະທີ່ ອັນດັບທີ 2 ຕົກເປັນຂອງນາງ ສາຍຝົນ ນັກກິລາເຈົ້າພາບ ອະດີດເຈົ້າຂອງຫຼຽນຄຳ ຊີເກມ ທີ່ສິງກະໂປ ເມື່ອ2015 ແລະ ເຈົ້າຫຼຽນທອງ ກົວລາລຳເປີ ເກມ 2017 ທີ່ປະເທດມາເລເຊຍ.
ສາວ ລົດແກ້ວ ອິນທະກຸມມານ ໃຫ້ສຳພາດວ່າ: ປີນີ້ເປັນປີທີ່ນ້ອງມີກຳລັງແຮງຫຼາຍທີ່ສຸດ ແລະ ເປັນປີທີ່ນ້ອງທຸ້ມເທທີ່ສຸດໃນຊີວິດ ເພື່ອຫວັງຢາກຈະສ້າງປະຫວັດສາດໜ້າໃໝ່ໃຫ້ວົງການກິລາແລ່ນ-ລານລາວ ກໍຄື ທັບນັກກິລາລາວ ໃນເວທີອາຊຽນ ສະນັ້ນ ຢາກຈະກ້າວໄປເຖິງຈຸດນັ້ນໄດ້ ກໍຕ້ອງໄດ້ອົດທົນສູ້ຊົນພະຍາຍາມປະຕິບັດໃນການເກັບຕົວຝຶກຊ້ອມຕະຫຼອດເວລາ ໂດຍນ້ອງໄດ້ເລີ່ມຝຶກຊ້ອມຢ່າງເອົາຈິງເອົາຈັງມາແຕ່ເດືອນສິງຫາ 2019 ເປັນຕົ້ນມາ ປັດຈຸບັນແມ່ນມີຄວາມພ້ອມເຕັມຮ້ອຍເປີເຊັນ ຊີເກມ ປີນີ້ ຈະພະຍາຍາມສູ້ຊົນຍາດເອົາໄຊຊະນະທີ່ມີກຽດອັນສະຫງ່າສີມາສູ່ປະເທດຊາດໃຫ້ໄດ້.
ສໍາລັບຜົນງານຂອງ ລົດແກ້ວ ອິນທະກຸມມານ ລົງແຂ່ງຂັນທັງໝົດ 24 ສະໜາມ ເມື່ອປີ 2018 (ງານລະດັບຂົງເຂດອາຊຽນມີ 5 ງານ ຄື: ເອຊຽນ ເກມ Asian Games Indonesia, ມະຫາວິທະຍາໄລອາຊຽນ Asean University Games Mynmar, ງານແລ່ນ ສິງກະໂປ ໂອເພັນ Singapore Open, ໄທແລນ ໂອເພັນ Thailand Open & ແລ່ນນາໆຊາດ ຈີນ+ອາຊຽນ CHINA-ASEAN International Marathon 2018 ຜົນງານສາມາດຕິດອັນດັບ ທີ1 ເຖິງ 17 ສະໜາມ, ຕິດອັນດັບທີ 2 ຈຳນວນ 3 ສະຫນາມ, ຕິດອັນດັບທີ 3 ຈຳນວນ 2 ສະຫນາມ ສ່ວນປີ 2019 ກໍ່ກວາດແຊ້ມມາຫຼາຍກວ່າ 10 ລາຍການແລ້ວ ເຊິ່ງປັດຈຸບັນກໍາລັງຝຶກຊ້ອມຕໍ່ ເພື່ອກຽມລ່າຫຼຽນຄຳ ປະຫວັດສາດ ໃຫ້ວົງການແລ່ນ-ລານລາວ ໃນງານກິລາ ຊີເກມ ທີ່ປະເທດຟິລິບປິນ ຈະຈັດຂຶ້ນລະຫວ່າງວັນທີ 30 ພະຈິກ ຫາ 12 ທັນວາ 2019.
ໂດຍ ປາກກາດຳ
