ສິດທິເດດ ສັກບ່ຽງ ຫຼື ໜຶ່ງເມືອງລາວ ນັກກິລາສະນຸກເກີມື 1 ປະເທດລາວ ເຈົ້າຂອງຫຼຽນຄຳ ງານມະຫາກຳກິລາ ຊີເກມ ຄັ້ງທີ XXlX ທີ່ປະເທດມາເລເຊຍ ເມື່ອປີ 2017 ເລີ່ມເກັບໂຕຝຶກຊ້ອມແຕ່ຕົ້ນເດືອນກັນຍາ 2019 ໂດຍເນັ້ນຊ້ອມມື້ລະ 6 ຊົວໂມງ ມີທັງແລ່ນເອົາພະລະກຳລັງ, ເຂົ້າຟິດເນັດ ແລະ ຊ້ອມຕົວຈິງທີ່ສະໂມສອນ ຢູເອັດເອັມ ສະນຸກເກີ ມຸກດາຫານ ປະເທດໄທ ບ່ອນເຮັດວຽກປະຈຳ ທີ່ແຂວງມຸກດາຫານ ປັດຈຸບັນ ໜຶ່ງເມືອງລາວ ມີຄວາມພ້ອມເກືອບຮ້ອຍເປີເຊັນ ແລະ ໃນຕົ້ນເດືອນພະຈິກນີ້ ຈະເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ ທີ່ນະຄອນຫຼວງບາງກອກ ປະເທດໄທ ກ່ອນຈະສືບຕໍ່ກັບມາເຂົ້ານອນສູນຝຶກຊ້ອມຮ່ວມກັບນັກສະນຸກເກີເພື່ອນຮ່ວມຊາດ ທີ່ນະຄອນຫຼວງວຽງຈັນ ກຽມພ້ອມບິນໄປປ້ອງກັນແຊ້ມ ງານກິລາຊີເກມ ທີ່ປະເທດຟິລິບປິນ ຈະຈັດຂຶ້ນ ໃນທ້າຍປີນີ້.
ຍ້ອນວ່າຈະກຽມເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ເປັນເຈົ້າພາບ ຈະຈັດຂຶ້ນ ລະຫວ່າງວັນທີ 5-20 ພະຈິກ 2019 ຊີງເງິນລາງວັນລວມເກືອບ 100 ລ້ານກີບ ໂດຍຈະລົງແຂ່ງຂັນໃນວັນທີ 8 ພະຈິກ 2019 ລາຍການນີ້ ຈະມີນັກກິລາສະນຸກເກີທີ່ຕິດທີມຊາດໄທ ແລະ ມືອັນດັບຕົ້ນໆຂອງໄທ ເຂົ້າຮ່ວມຊີງໄຊ 300 ກວ່າຄົນ ຖ້າຫາກຊະນະ ກໍຈະໄດ້ໄປຕໍ່ ແຕ່ຖ້າຫາກເສຍ ກໍຈະກັບນະຄອນຫຼວງວຽງຈັນ ເພື່ອສົມທົບກັບເພື່ອນທີມຊາດ ຝຶກຊ້ອມກຽມເຂົ້າຮ່ວມງານມະຫາກຳກິລາຊີເກມ ທີ່ປະເທດຟິລິບປິນ ເປັນເຈົ້າພາບ ລະຫວ່າງວັນທີ 30 ພະຈິກ ຫາ 12 ທັນວານີ້.
ປັດຈຸບັນມີຄວາມຟ້ອມເກືອບເຕັມຮ້ອຍເປີເຊັນ ນັບຈາກທີ່ສາມາດແຈ້ງເກີດໃນວົງການສະນຸກເກີອາຊຽນ ກໍຄື ສປປ ລາວ ໄດ້ແຕ່ນັ້ນມາຈົນມາເຖິງປັດຈຸບັນ ສາມາດເວົ້າໄດ້ວ່າ ແມ່ນມີກຳລັງໃຈເຕັມຮ້ອຍ ແລະ ພິເສດຕ້ອງຂໍຂອບໃຈ ມາຍັງຄະນະນຳກະຊວງສຶກສາທິການ ແລະ ກິລາ, ຄະນະບໍລິຫານສະຫະພັນສະນຸກເກີແຫ່ງຊາດ, ຄູຝຶກ, ຜູ້ໃຫ້ການສະໜັບສະໜູ ໂດຍສະເພາະທາງຄອບຄົວທີ່ໃຫ້ກຳລັງໃຈສະເໝີ ຂໍໃຫ້ເຊື່ອໝັ້ນວ່າຈະພະຍາຍາສູ້ຊົນຢ່າງສຸດຄວາມສາມາດ ເພື່ອເຮັດແນວໃດ ຈະຮັກສາແຊ້ມໃນຄັ້ງນີ້ໄວ້ໃຫ້ທຸກຄົນທີ່ຊື່ນຊົມຍົກຍ້ອງອີກ 1 ສະໄໝ.
ໂດຍ ປາກກາດຳ

