ທ້າວ ຄຳພູວັນ ຄຳສະທອນ ນັກກິລາມວຍສາກົນທີມຊາດລາວ ຮຸ່ນນ້ຳໜັກ 49 ກິໂລກຣາມ ໄລ່ຊົກນັກກິລາເຈົ້າພາບ ແຕ່ຝ່າຍດຽວ ແລະ ເກືອບໄດ້ນ໋ອກ ແຕ່ສຸດທ້າຍແຊ້ມຫຼຸດມື ເຮັດໃຫ້ໄດ້ພຽງຫຼຽນເງິນ ຄ້ອງຄໍ ການແຂ່ງຂັນມວຍສາກົນ ຊີງແຊ້ມນາໆຊາດ ທີ່ແຂວງໜ່ານນິງ ສປ ຈີນ ເປັນເຈົ້າພາບ ຫຼື ລາຍການ The belt & Road China-Asean Boxing Championships in Nanning China ຈັດຂຶ້ນ ລະຫວ່າງວັນທີ 25-27 ຕຸລາ ຜ່ານມາ.
ຕາມການລາຍງານຂອງ ທ່ານ ສົມພອນ ມະນີຄຳ ເລຂາທິການສະຫະພັນມວຍສາກົນແຫ່ງຊາດ ທັງເປັນຄະນະນຳພາທັບນັກກິລາມວຍສາກົນທີມຊາດລາວ ເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ແຈ້ງໃຫ້ຊາບວ່າ: ການເຂົ້າຮ່ວມແຂ່ງຂັນລາຍການນີ້ ເປັນເຈດຈຳນົງຂອງ ແຂວງໜ່ານນິງ ສປ ຈີນ ທີ່ເຊີນພວກເຮົາເຂົ້າຮ່ວມແຂ່ງຂັນ ແລະ ກໍເປັນອີກໜຶ່ງລາຍການ ທີ່ມີຄວາມໝາຍຄວາມສຳຄັນຕໍ່ການທົດສອບນັກກິລາມວຍສາກົນທີມຊາດ ກ່ອນສົ່ງເຂົ້າຮ່ວມແຂ່ງຂັນລ່າຫຼຽນໃນງານມະຫາກຳກິລາຊີເກມ ຄັ້ງທີ XXX ທີ່ປະເທດຟິລິບປິນ ເປັນເຈົ້າພາບ ລະຫວ່າງວັນທີ 30 ພະຈິກ ຫາ 12 ທັນວາ 2019 ລາຍການດັ່ງກ່າວມີນັກກິລາຈາກຫຼາຍຊາດທົ່ວທະວີບອາຊີ ເຂົ້າຮ່ວມຊີງໄຊ, ໃນນັ້ນ ແຕ່ລະຮຸ່ນກຳນົດໃຫ້ມີນັກກິລາພຽງ 4 ຄົນ ແລະ ແຂ່ງຂັນພຽງ 3 ຍົກ ຍົກລະ 3 ນາທີ ສຳລັບ ສປປ ລາວ ກໍຄື ສະຫະພັນມວຍສາກົນແຫ່ງຊາດລາວ ຕາງໜ້າສົ່ງເຂົ້າຮ່ວມແຂ່ງຂັນ 2 ຄົນ ແລະ ຜົນງານກໍເປັນໄປຕາມຄາດ ນັກກິລພວກເຮົາສາມາດຍາດໄດ້ 1 ຫຼຽນເງິນ ຈາກທ້າວ ຄຳພູວັນ ຄຳສະທອນ ຮຸ່ນນ້ຳໜັກ 49 ກິໂລກຣາມ ເຊິ່ງໃນຮຸ່ນຂອງ ຄຳສະທອນ ໃນໄຟ໌ທຳອິດສາມາດເອົາຊະນະນັກກິລາກຳປູເຈຍ ຂາດຮອຍ ເຖິງ 5-0 ຄະແນນ ຜ່ານເຂົ້າໄປພົບກັບ ເຈົ້າພາບ ສປ ຈີນ ທີ່ເອົາຊະນະ ນັກຊົກຈາກມາເລເຊຍ ແຕ່ໜ້າເສຍດ່າຍ ນັກຊົກລາວເຮົາ ຕີດີທັງ 3 ຍົກ ເຊິ່ງເຮັດໃຫ້ນັກຊົກຈາກ ສປ ຈີນ ຖືກນັບ ແຕ່ຜົນສຸດທ້າຍ ກຳມະການຍົກມືໃຫ້ ນັກກິລາຈາກແດນມັງກອນ ຊະນະໄປແບບຄ້ານສາຍຕາຜູ້ຊົມ ສ່ວນທ້າວ ສີແພ ມະນີຈັນ ໃນຮຸ່ນນ້ຳໜັກ 60 ກິໂລກຣາມ ໃນໄຟ໌ທຳອິດແມ່ນເສຍໃຫ້ເຈົ້າພາບ ສປ ຈີນ ໄດ້ພຽງຫຼຽນທອງຄ້ອງຄໍ.
ສ່ວນ ທ້າວ ຄຳພູວັນ ຄຳສະທອນ ກໍໄດ້ໃຫ້ສຳພາດພ້ອມກັບຄວາມຮູ້ສຶກສຸດເສຍດ່າຍ ໃຫ້ຮູ້ວ່າ: ນ້ອງພະຍາຍາມເຮັດໃຫ້ດີທີ່ສຸດແລ້ວ ແຕ່ເມື່ອຜົນອອກມາກໍຍັງຕົກໃຈຕົນເອງຢູ່ວ່າ ກຳມະການກາງເວທີ ນຍົກມືໃຫ້ນັກກິລາເຈົ້າພາບໄດ້ແຊ້ມ. ຢ່າງໃດກໍຕາມ, ແພ້ກໍຄືແພ້ ປະສົບການນີ້ ນ້ອງຈະໄດ້ຈົດຈຳ ແລະ ນຳໄປແກ້ໄຂພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ ຫຼັງຈາກສຳເລັດໃນການເກັບຕົວຝຶກຊ້ອມທີ່ປະເທດໄທ ກໍຮູ້ສຶກວ່າຕົນເອງມີຄວາມຟິດ ແລະ ພ້ອມເກືອບເຕັມຮ້ອຍເປີເຊັນ ເຊິ່ງເປັນເລື່ອງທີ່ດີ ທີ່ນ້ອງຕັ້ງເປົ້າໄວ້ ຈະພະຍາຍາມຢ່າງສຸດຄວາມສາມາດ ຢາກຈະສ້າງຜົນສຳເລັດທີ່ຍິ່ງໃຫຍ່ໃນຊີວິດ ກໍຄື ເປັນກຽດສັກສີ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ໃນງານມະຫາກຳກິລາຊີເກມ ທີ່ປະເທດຟິລິບປິນ ເປັນເຈົ້າພາບ.
ໂດຍ: ປາກກາດຳ

