ປີດສາກລົງ ຢ່າງເປັນທາງການແລ້ວ ງານມະຫາກຳ ກິລານັກຮຽນ ມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ຫຼື ນົກກົກຄຳ ເກມ 2017 ທີ່ແຂວງບໍລິຄຳໄຊ ລະຫວ່າງວັນທີ 1-9 ກຸມພາ 2017 ໂດຍທີ່ ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄໍາ ເປັນສະໄໝທີ 5 ໂດຍກວາດມາໄດ້ 26 ຫຼຽນຄຳ, 23 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 78 ຫຼຽນ ແລະ ເຈົ້າພາບຄັ້ງຕໍ່ໄປ (ຄັ້ງທີ 7) ແມ່ນ ແຂວງສາລະວັນ ໃນປີ 2020.
ເມື່ອຕອນຫົວຄ່ຳຂອງມື້ນີ້ ວັນທີ 9 ກຸມພາ 2017 ທີ່ສະໜາມກິລາ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ມີພີທີປິດສາກ ງານມະຫາກຳ ກິລານັກຮຽນມ ັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມ ກ່າວປີດງານຂອງ ພະນະທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເຈົ້າແຂວງບໍລິຄຳໄຊ, ປະທານຈັດງານມະຫາກຳ ກິລານັກຮຽນ ມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາ ການນຳພັກ-ລັດຂັ້ນສູນກາງ, ລັດຖະມົນຕີ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະຮັບຜິດຊອບຈັດງານ, ຄະນະນໍານັກກິລາ, ນັກກິລາ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວລາຍງານ ສະຫຼຸບຜົນສຳເລັດ ໃນການຈັດງານດັ່ງກ່າວ ວ່າ: ງານມະຫາກຳ ກິລານັກຮຽນ ມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ໄດ້ທຳການແຂ່ງຂັນກັນ ຢ່າງເປັນທາງການ ຕັ້ງແຕ່ວັນທີ 1 ກຸມພາ 2017, ເຊິ່ງໄດ້ທຳການແຂ່ງຂັນໃນ 12 ປະເພດກິລາ, ຜ່ານການແຂ່ງຂັນກັນ 9 ວັນ ສາມາດສະຫຼຸບຜົນງານ ຂອງນັກກິລາແຕ່ລະແຂວງ ໂດຍສະເພາະແມ່ນ ນັກກິລາ ນະຄອນຫຼວງວຽງຈັນ ຍັງຄອງເຈົ້າຫຼຽນຄຳ ເປັນສະໄໝທີ 5" ແລະ ທ່ານຍັງໄດ້ ລາຍງານຜົນງານ ຂອງແຕ່ລະແຂວງຕື່ມອີກ.
ຫຼັງຈາກນັ້ນ, ພະນະທ່ານ ພັນຄຳ ວິພາວັນ ກໍ່ໃຫ້ກຽດກ່າວ ປິດງານຢ່າງເປັນທາງການ ໂດຍທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຜົນງານ, ຜົນສຳເລັດຂອງ ຄະນະຮັບຜິດຊອບຈັດງານ, ຄະນະພັກ, ອຳນາດການປົກຄອງ, ພີ່ນ້ອງປະຊາຊົນຊາວ ແຂວງບໍລິຄຳໄຊ, ບັນດາທ່ານຄະນະນຳນັກກິລາ, ຄູເຝິກ, ນັກກິລາ, ຜູ້ປະກອບການ, ຜູ້ໃຫ້ການອຸປະຖໍາ-ສະໜັບສະໜູນ ຕະຫຼອດຮອດ ຄູ-ອາຈານ ແລະ ພີ່ນ້ອງປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນ ເຂົ້າໃນງານຄັ້ງນີ້ ຈົນມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍຢ່າງຈົບງາມ.
ນອກຈາກນີ້, ຍັງໄດ້ມີການສວນສະໜາມຕ່າງໆ ພ້ອມທັງພິທີເຊີນທຸງຊາດ ແລະ ທຸງກິລາລົງຈາກຍອດເສົາ ແລະ ໄຟໃນອ່າງທວນໄຟກໍ່ຄ່ອຍໆມອດລົງ ກ່ອນທີ່ຈະມີພິທີມອບ ທຸງກິລາໃຫ້ແກ່ ແຂວງສາລະວັນ ເປັນເຈົ້າພາບ ຄັ້ງທີ 7 ໃນປີ 2020 ໂດຍໃຫ້ກຽດຮັບຂອງທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ, ເຊິ່ງທ່ານກໍ່ໄດ້ຕາງໜ້າໃຫ້ ຄະນະພັກ-ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງສາລະວັນ ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ພາກພູມໃຈເປັນຢ່າງຍິງ ທີ່ລັດຖະບານ ກໍ່ຄື ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໝາຍໃຫ້ເປັນເຈົ້າພາບ ໃນປີ 2020, ເຊິ່ງເປັນພາລະກິດອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ປຽບລົ້ນໄປດ້ວຍຄວາມເຊື່ອໝັ້ນ.
ປິດທ້າຍດ້ວຍການສະແດງສິລະປະວັນນະຄະດີ ໃນພີທີປິດ ໂດຍເລີ່ມຈາກ ນ້ອງໆນັກຮຽນ ແຂວງບໍລິຄຳໄຊ ເຈົ້າພາບຄັ້ງນີ້ ແລະ ປິດທ້າຍດ້ວຍ ນ້ອງໆນັກຮຽນ ແຂວງສາລະວັນ ເຈົ້າພາບ ງານມະຫາກຳ ກິລານັກຮຽນ ມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ 6 ໃນປີ 2020.
ໂດຍ ສັກດາວົງ





