ພາຍຫຼັງມື້ວານ ວັນທີ 01 ກຸມພາ 2017 ໄດ້ມີພິທີເປີດການແຂ່ງຂັນ ຢ່າງເປັນກາງການ ງານມະຫະກຳ ກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ຫຼື ນົກກົກຄຳເກມ 2017 ທີ່ບໍລິຄຳໄຊ ມຶ້ນີ້ທັບນັກກິລາ ດອກປີກໄກ່ ນັກຮຽນແຕ່ລະແຂວງ ກໍ່ໄດ້ລົງສະໜາມແຂ່ງຂັນ ກັນຢ່າງດຸເດືອດ - ເຂັ້ມຂຸ້ນ.
ມື້ນີ້ ວັນທີ 02 ກຸມພາ ກິລາດອກປີກໄກ່ ມີການລົງສະໜາມແຂ່ງຂັນກັນ ພຽງແຕ່ 1 ປະເພດຄື: ປະເພດທີມຊາຍ ເຊິ່ງເລີ່ມແຂ່ງມາຕັ້ງແຕ່ ຊ່ວງຕອນເຊົ້າ ເລີ່ມເວລາ 08:30 ແລະ ມາສິ້ນສຸດໃນຊ່ວງຕອນບ່າຍ ແລະ ໄດ້ 4 ທີມສຸດທ້າຍ ທີ່ຈະແຂ່ງກັນໃນ ຮອບຮອງຊະນະເລີດ ໃນມື້ອື່ນ ວັນທີ 03 ກຸມພາ 2017 ຄື:
ໄຊຍະບູລີ ພົບ ອຸດົມໄຊ
ຫົວພັນ ແລະ ນະຄອນຫຼວງ
ໂດຍທີ່ 2 ທີມທີ່ຊະນະ ຈະເຂົ້າໄປແຂ່ງຂັນໃນ ຮອບຊີງຊະນະເລີດ ໃນວັນດຽວກັນ ສ່ວນທີມທີ່ເສຍ ແມ່ນຈະໄດ້ ອັນດັບທີ 3 ຮ່ວມ.
ການແຂ່ງຂັນ ດອກປີກໄກ່ ປະເພດທີມ ແມ່ນແຂ່ງ 5 ມື ໂດຍເລີ່ມຈາກ ດ່ຽວມື 1, ຄູ່ມື 1, ດ່ຽວມື 2, ຄູ່ມື 2 ແລະ ດ່ຽວມື 3. ຖ້າທີມໃດ ຊະນະ 3 ໃນ 5 ມື ແມ່ນຈະຖືວ່າເປັນ ທີມຊະນະ ໃນການແຂ່ງຂັນແຕ່ລະນັດ.
ການແຂ່ງຂັນ ດອກປີກໄກ່ ໃນງານນົກກົກຄຳເກມ ປະກອບມີ 7 ປະເພດ ແຂ່ງຂັນຄື: ດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ, ຄູ່ຍິງ, ຄູ່ປະສົມ, ທີມຊາຍ ແລະ ທີມຍິງ.
ການແຂ່ງຂັນ ກິລາດອກປີກໄກ່ ໃນມື້ອື່ນ ວັນທີ 03 ກຸມພາ 2017 ມີການແຂ່ງຂັນ 2 ປະເພດຄື: ທີມຊາຍ ແລະ ທີມຍິງ, ສ່ວນຜົນການແຂ່ງຂັນຈະເປັນແນວໃດນັ້ນ ທີມງານ laosportnews ແລະ ສະຫະພັນກິລາ ດອກປີກໄກ່ ແຫ່ງຊາດລາວ ຈະລາຍງານຕື່ມພາຍຫຼັງ.
ຂອບໃຈພາບຈາກ ສະຫະພັນກິລາ ດອກປີກໄກ່ ແຫ່ງຊາດລາວ
ຊາຍ ສີສົມສັກ




