Laosportnews ແມ່ນເວັບໄຊ ທີ່ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບວົງການກິລາ ທັງກິລາພາຍໃນ ແລະ ກິລາຕ່າງປະເທດ ແລະ ທີມງານພວກເຮົາ ຍັງຮັບອອກແບບ ແລະ ພັດທະນາເວັບໄຊ ພັດທະນາລະບົບ ເວັບໄຊທົ່ວໄປ, ເວັບຂ່າວ ແລະ ລະບົບລາຍງານຜົນ ກິລາທຸກປະເພດ.


    ໃນໄລຍະຜ່ານມາ ພວກເຮົາໄດ້ປະກອບສ່ວນ ທີ່ສຳຄັນ ເຂົ້າໃນວຽກງານການກິລາ ໃນລະດັບດຕ່າງໆດັ່ງນີ້:

-ລະບົບລາຍງານຜົນ ການແຂ່ງຂັນກິລາ ມະຫາວິທະຍາໄລອາຊຽນ ຄັ້ງທີ 16
   ໃນທ້າຍປີ 2012 ທີມງານພວກເຮົາ ໄດ້ພັດທະນາລະບົບ ລາຍງານຜົນການແຂ່ງຂັນກິລາ ໃນງານມະຫາກຳກິລາ ມະຫາວິທະຍາໄລອາຊຽນ ຄັ້ງທີ 16 ໂດຍທີ່ໃນເວລານັ້ນ ມະຫາວິທະຍາໄລ ແຫ່ງຊາດລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນ ປະກອບມີ 16 ປະເພດກິລາ.

-ລະບົບລາຍງານຜົນ ການແຂ່ງຂັນກິລາ ມະຫາວິທະຍາລາວ ຄັ້ງທີ 1
   ໃນຕົ້ນປີ 2016 ທີມງານພວກເຮົາ ກໍ່ໄດ້ຮັບກຽດ ພັດທະນາລະບົບ ລາຍງານຜົນການແຂ່ງຂັນກິລາ ມະຫາກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ 1 ທີ່ຈັດຂຶ້ນທີ່ ມະຫາວິທະຍາໄລ ແຫ່ງຊາດລາວ ປະກອບມີ 12 ກິລາ.

-ລະບົບລາຍງານຜົນ ການແຂ່ງຂັນ ກິລາບານເຕະ Copa Aerica 2016
    ເຜີຍແຜ່ຜ່ານທາງ laosportnews.com ກົດເພື່ອເບິ່ງ ຜົນການແຂ່ງຂັນ

-ລະບົບລາຍງານຜົນ ການແຂ່ງຂັນ ກິລາບານເຕະ Euro 2016
    ເຜີຍແຜ່ຜ່ານທາງ laosportnews.com ກົດເພື່ອເບິ່ງ ຜົນການແຂ່ງຂັນ

-ລະບົບລາຍງານຜົນ ການແຂ່ງຂັນ ກິລາບານເຕະ AFF U16 2016
    ເຜີຍແຜ່ຜ່ານທາງ laosportnews.com ກົດເພື່ອເບິ່ງ ຜົນການແຂ່ງຂັນ

-ລະບົບລາຍງານຜົນ ການແຂ່ງຂັນ ກິລາຟຸດຊໍນັກຮຽນ ອາຊຽນ 2016
    ເຜີຍແຜ່ຜ່ານທາງ laosportnews.com ກົດເພື່ອເບິ່ງ ຜົນການແຂ່ງຂັນ


    ນອກນັ້ນ, ທີມງານ laosportnews ກໍ່ໄດ້ມີການ ພົວພັນ-ຮ່ວມມືກັບສະຫະພັນຕ່າງໆ ໂດຍສະເພາະແມ່ນ ສະຫະພັນດອກປີກໄກ່ ແຫ່ງຊາດລາວ ໃນການພັດທະນາລະບົບ ລາຍງານຜົນການແຂ່ງຂັນ ດັ່ງນີ້:

-ລະບົບລາຍງານຜົນ ການແຂ່ງຂັນ ກິລາດອກປີກໄກ່ ທົ່ວປະເທດ ຄັ້ງທີ 16
-ລະບົບລາຍງານຜົນ ການແຂ່ງຂັນ ກິລາດອກປີກໄກ່ Hybrid Badminton Championship 2016


    ໃນປີ 2017 ທີມງານພວກເຮົາ ກໍ່ຈະສືບຕໍ່ ພັດທະນາລະບົບລາຍງານຜົນ ການແຂ່ງຂັນກິລາຕ່າງໆ ໄປເລື່ອຍໆ, ສືບຕໍ່ຮ່ວມມື-ພັວພັນກັບ ບັນດາສະຫະພັນກິລາຕ່າງໆ, ສະໂມສອນບານເຕະ ໃນລາວພຣີເມຍລີກ ແລະ ພາກສ່ວນຕ່າງໆ ໃຫ້ກວ້າງຂວາງຕື່ມອີກ. ຖ້າຫາກທ່ານໃດ ຫຼື ພາກສ່ວນໃດ ມີຄວາມສົນໃຈຕ້ອງການໃຫ້ ທີມງານພວກເຮົາ ພັດທະນາເວັບໄຊ ຫຼື ລະບົບລາຍງານຜົນການແຂ່ງຂັນ ໃນລາຍການຕ່າງໆ ແມ່ນສາມາດຕິດຕໍ່ ທີມງານຂອງພວກເຮົາໄດ້ ຕາມຂໍ້ມູນຕິດຕໍ່ດ້ານລຸ່ມ.


Tel: 020 55895255, 020 58858871

Email: [email protected], [email protected]

Website: www.laosportnews.com

Facebook Fanpage: www.facebook.com/laosportnews